ລະບົບສາທາລະນະສຸກຢູ່ເຂດກາຊາກຳລັງຖືກທຳລາຍ
ຕາມຂ່າວສານຊິນຮວ່າລາຍງານ ວັນທີ 24 ທັນວາ ນີ້, ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກ ຫຼື WHO ແຈ້ງໃຫ້ຮູ້ວ່າ: ລະ
ບົບສາທາລະນະສຸກຢູ່ເຂດກາຊາກຳລັງຖືກທຳລາຍ, ປັດຈຸບັນ, ໂຮງໝໍ 36 ແຫ່ງຢູ່ເຂດກາຊາ ມີພຽງແຕ່ 9 ແຫ່ງເທົ່ານັ້ນທີ່ຍັງສາມາດ
ເປີດບໍລິການໄດ້, ແຕ່ກໍເກືອບດຳເນີນຕໍ່ໄປບໍ່ໄດ້ອີກແລ້ວ.
WHO ແຈ້ງໃຫ້ຮູ້ຕື່ມວ່າ: ເຖິງວ່າຄວາມຕ້ອງການດ້ານການປິ່ນປົວຢູ່ເຂດກາຊາ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນເວລາດຽວ, ແຕ່ປັດ
ຈຸບັນ, ຕຽງຄົນເຈັບມີພຽງແຕ່ 38% ເທົ່ານັ້ນທີ່ຍັງໃຊ້ໄດ້ ແລະ ມີພະນັກງານແພດໝໍພຽງແຕ່ 30% ເທົ່ານັ້ນທີ່ຍັງພວມສືບຕໍ່ເຮັດວຽກ.
WHO ເຕືອນວ່າ: ຖ້າວ່າລະບົບສາທາລະນະສຸກຢູ່ເຂດກາຊາຫຼົ້ມ, “ຈະເປັນເລື່ອງທີ່ໜ້າເສົ້າຫຼາຍ”. WHO ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່
ປະທະກັນຈົ່ງຢຸດຍິງໃນທັນທີ.
ແຫຼ່ງຂ່າວໃຫ້ຮູ້ອີກວ່າ: ຕາມ ຂໍ້ສະເໜີຂອງເລີແກ, ກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ຈະຢຸດຕິທຸກການເຄື່ອນໄຫວການທະ
ຫານ ແລະ ການສອດແນມຂ່າວຢູ່ເຂດ ກາຊາ ໃນ 2 ອາທິດ ເພື່ອແລກເອົາການປ່ອຍຕົວປະກັນ 40 ຄົນ. ສື່ມວນຊົນໃນພາກພື້ນ ໄດ້
ຄັດສະເໜີຄຳປາໄສຂອງບັນດາເຈົ້າໜ້າທີ່ ປາແລັດສະຕິນ ໂດຍຖືວ່າ ຂໍ້ຕົກລົງໂດຍ ເອຢິບ ສະເໜີແມ່ນແຜນການມີ “3 ໄລຍະ”, ແນ
ໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ, ລວມທັງການປ່ອຍຕົວນັກໂທດ ປາແລັດສະຕິນ 120 ຄົນ ອອກຈາກຄຸກຂອງ ອິດສະຣາແອນ.
ພາຍຫຼັງທີ່ຂໍ້ສະເໜີຂອງ ເອຢິບ ໄດ້ປະກາດ, ມີແຫຼ່ງຂ່າວໜຶ່ງຂອງ ອິດສະຣາແອນ ຢັ້ງຢືນກັບໜັງສືພິມ Maariv ວ່າບາງເນື້ອໃນ
ຂອງຂໍ້ຕົກລົງດັ່ງກ່າວບໍ່ສາມາດຍອມຮັບໄດ້. ເຖິງຢ່າງໃດກໍຕາມ, Tel-Aviv ຕີລາຄາວ່າ “ຂໍ້ລິເລີ່ມຂອງ ເອຢິບ ອາດຈະສ້າງໂອກາດ
ໃຫ້ດຳເນີນການເຈລະຈາຕ່າງໆ”.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/12/2023